Skip to content

Latest commit

 

History

History
100 lines (72 loc) · 12.1 KB

README-lo.md

File metadata and controls

100 lines (72 loc) · 12.1 KB

English | 繁中版 | 简中版 | العربية | Azərbaycan | বাংলা | Català | Čeština | Deutsch | Ελληνικά | Español | فارسی | Français | हिंदी | Indonesia | Italiano | 日本語 | 한국어 | Македонски | മലയാളം | Монгол | Nederlands | Polski | Português (Brasil) | Русский | ไทย | Türkçe | Українська | Tiếng Việt

API Security Checklist

Checklist ທີ່ຕ້ອງໃຫ້ຄວາມສຳຄັນເມື່ອມີການສ້າງ API ໃນຊ່ວງການອອກແບບ ທົດສອບລະບົບ ແລະ ການປ່ອຍໃຫ້ຄົນນອກໃຊ້


Authentication (ການພິສູດຕົວຕົນ)

  • ບໍ່ຄວນໃຊ້ Basic Auth (ການ authen ປົກກະຕິດ້ວຍ username password) ສຳລັບການພິສູດຕົວຕົນ ແຕ່ໃຫ້ໃຊ້ຮູບແບບມາດຕະຖານສາກົນແທນ(ຕົວຢ່າງ, JWT, OAuth).
  • ບໍ່ຕ້ອງເສຍເວລາສ້າງວິທີ Authentication ໃໝ່ຂຶ້ນມາ ໃຫ້ໃຊ້ທີ່ມີຢູ່ໃນມາດຕະຖານໄປເລີຍ.
  • ໃຫ້ມີການຈຳກັດຈຳນວນຄັ້ງໃນການພະຍາຍາມ authen ແລະ ສ້າງລະບົບລ໋ອກກໍລະນີພະຍາຍາມເກີນກຳນົດ.
  • ຂໍ້ມູນທີ່ສຳຄັນຄວນມີການເຂົ້າລະຫັດສະເໝີ.

JWT (JSON Web Token)

  • key ໃນການ generate token ຄວນມີຄວາມສັບຊ້ອນສູງ ເພື່ອປ້ອງກັນການ brute force ຫາຕົວເຂົ້າລະຫັດ.
  • ບໍ່ຄວນມີການແກະຂໍ້ມູນ ຫຼື ຂັ້ນຕອນການຖອດຂໍ້ມູນໃນຝັ່ງ client. ໃຫ້ມີສະເພາະໃນ server ເທົ່ານັ້ນ ໂດຍອາດໃຊ້ວິທີເຂົ້າລະຫັດດ້ວຍ HS256 ຫຼື RS256 ແທນ.
  • ພະຍາຍາມໃຫ້ token ໝົດອາຍຸໄວທີ່ສຸດເທົ່າທີ່ຈະເປັນໄປໄດ້ (TTL, RTTL).
  • ບໍ່ຄວນເກັບຂໍ້ມູນທີ່ສຳຄັນໃນ payload ຂອງ JWT ເພາະອາດຈະຖືກແກະໄດ້ ງ່າຍ.
  • ຫຼີກເວັ້ນການເກັບຮັກສາຂໍ້ມູນຫຼາຍເກີນໄປ. JWT ມັກຈະຖືກແບ່ງປັນໃນ headers ແລະພວກເຂົາມີຂອບເຂດຈໍາກັດ.

ການເຂົ້າເຖິງ

  • ຈຳກັດຈຳນວນສູງສຸດຂອງ request ເພື່ອປ້ອງກັນ DDoS / Bruteforce.
  • ໃຊ້ https ເພື່ອປ້ອງກັນ MITM (Man In The Middle Attack).
  • ໃຊ້ HSTS header ກັບ SSL ເພື່ອປ້ອງກັນ SSL Strip attack.
  • ປິດລາຍຊື່ໄດເລກະທໍລີ.
  • ສໍາລັບ APIs ສ່ວນຕົວ, ອະນຸຍາດໃຫ້ເຂົ້າເຖິງພຽງແຕ່ຈາກ IPs/hosts ບັນຊີຂາວເທົ່ານັ້ນ.

Authorization

OAuth

  • ມີການ validate redirect_uri ໃນຝັ່ງ server ໂດຍຍອມຮັບ uri ສະເພາະທີ່ມີຢູ່ໃນລີສທີ່ເຮົາເຊື່ອຖືເທົ່ານັ້ນ (whitelist).
  • ບັງຄັບໃຫ້ມີການໃຊ້ response_type ເປັນ code ສະເໝີ (ພະຍາຍາມລ່ຽງບໍ່ໃຊ້ response_type=token).
  • ໂຕແປ state ໃຫ້ໃຊ້ random hash ເພື່ອປ້ອງກັນ CSRF (Cross Site Request Forgery) ໃນຕອນ OAuth authentication.
  • ກຳນົດ scope ແລະ ມີການ validate scope ໂຕແປສຳລັບແຕ່ລະແອັບ.

Input

  • ໃຊ້ຄຳສັ່ງ HTTP ຕາມ operation ທີ່ເຮັດ ເຊັ່ນ GET (read), POST (create), PUT/PATCH (replace/update) and DELETE (to delete a record) ແລະ ສົ່ງກັບດ້ວຍ 405 Method Not Allowed ຖ້າບໍ່ມີການຮອງຮັບ request ດ້ວຍ method ນັ້ນໃນລະບົບ.
  • Validate content-type ໃນ header ຂາ request (Content Negotiation) ໂດຍຍອມໃຫ້ສົ່ງມາສະເພາະ format ທີ່ກຳນົດ (ຕົວຢ່າງ, application/xml, application/json ... ໆລໆ) ແລະ ຕອບກັບດ້ວຍ 406 Not Acceptable ຖ້າ format ທີ່ສົ່ງມາບໍ່ຖືກ.
  • Validate content-type ຂອງ data ທີ່ຮັບມາທຸກຄັ້ງ(ຕົວຢ່າງ, application/x-www-form-urlencoded, multipart/form-data, application/json ... ໆລໆ).
  • Validate ຂໍ້ມູນ user ໃສ່ເຂົ້າມາທຸກຄັ້ງເພື່ອປ້ອງກັນຊ່ອງໂຫວ່ທີ່ຖືກກັນຫຼາຍໆ (ຕົວຢ່າງ, XSS, SQL-Injection, Remote Code Execution ... ໆລໆ).
  • ຫ້າມເອົາຂໍ້ມູນທີ່ສຳຄັນໄປໄວ້ໃນ URL (ເຊັ່ນ /servicexxx?creditcardnum=1234) ແຕ່ໃຫ້ໄປໃສ່ໄວ້ໃນ authorization header ແທນ (credentials, Passwords, security tokens, ຫຼື API keys).
  • ໃຊ້ພຽງແຕ່ການເຂົ້າລະຫັດຂ້າງເຊີບເວີ.
  • ເຮັດ API Gateway ເພື່ອໃຫ້ສາມາດເຮັດ caching, Rate Limit, Spike Arrest, ແລະ ຈັດການຊັບພະຍາກອນສຳລັບ API ໄດ້ຢ່າງຍືດຍຸ່ນ.

Processing

  • ກວດເບິ່ງວ່າ endpoints ທຸກຈຸດຢູ່ພາຍໃຕ້ authentication ເພື່ອປ້ອງກັນຊ່ອງໂຫວ່ທີ່ເຮັດໃຫ້ຄົນອື່ນມາເອີ້ນໃຊ້ໂດຍບໍ່ຈຳເປັນຕ້ອງພິສູດຕົວຕົນ.
  • ບໍ່ຄວນນຳ resource ID ຂອງ user ໄປໃຊ້ (/user/654321/orders) ແຕ່ໃຫ້ໄປໃຊ້ແບບ /me/orders ແທນ ເພື່ອປ້ອງກັນ user ປ່ຽນໄປໃຊ້ຂອງຄົນອື່ນ.
  • ເລກ ID ຂອງ user ບໍ່ຄວນມີການສ້າງແບບໄລ່ລຳດັບໄປເລື້ອຍໆ ແຕ່ໃຫ້ສ້າງ UUID ແທນ.
  • ຖ້າມີການ parsing ຟາຍ XML, ໃຫ້ປິດສ່ວນຂອງ Entity parsing ໄວ້ເພື່ອຫຼີກລ່ຽງທີ່ຈະຖືກຊ່ອງໂຫວ່ຕ່າງໆເຊັ່ນ (XML external entity attack, Billion Laughs/XML bomb).
  • If you are parsing XML files, make sure entity expansion is not enabled to avoid Billion Laughs/XML bomb via exponential entity expansion attack.
  • ໃຊ້ CDN ເມື່ອຈຳເປັນຕ້ອງມີການ upload ຟາຍຈາກ client.
  • ຫາກຕ້ອງເຈິກັບຂໍ້ມູນຂະໜາດໃຫຍ່ ໃຫ້ໃຊ້ Workers ກັບ ຄິວໃນການຈັດການເພື່ອໃຫ້ມີການຕອບຂໍ້ມູນກັບໄດ້ຢ່າງວ່ອງໄວຈະໄດ້ບໍ່ເກີດຄວາມສ່ຽງຂຶ້ນ.
  • ຢ່າລືມປິດໂໝດ DEBUG ໃນ code ຫາກເຮັດໄວ້.
  • ໃຊ້ stacks ທີ່ບໍ່ສາມາດປະຕິບັດໄດ້ເມື່ອມີ.

Output

  • ຕັ້ງ X-Content-Type-Options: nosniff ໃນ header.
  • ຕັ້ງX-Frame-Options: deny ໃນ header.
  • ຕັ້ງ Content-Security-Policy: default-src 'none' ໃນ header.
  • ເອົາ fingerprinting headers ອອກ - X-Powered-By, Server, X-AspNet-Version ໆລໆ.
  • ກຳນົດ content-type ໃນ response ເຊັ່ນຖ້າຕ້ອງການຂໍ້ມູນທີ່ເປັນ json ກັບໄປ ກໍເຊັດ content-type ເປັນ application/json ໄປເລີຍ.
  • ບໍ່ຕ້ອງສົ່ງຂໍ້ມູນສຳຄັນກັບໄປຫາ client (credentials, Passwords, security tokens).
  • ຕອບ status code ທີ່ກົງກັບ operation ກັບໄປ (ຕົວຢ່າງ, 200 OK, 400 Bad Request, 401 Unauthorized, 405 Method Not Allowed ... ໆລໆ).

CI & CD

  • ກວດສອບ design ກັບ implementation ໃນຂັ້ນ unit/integration test ຢ່າງຄອບຄຸມ.
  • ໃຫ້ໃຊ້ code review process ບໍ່ແມ່ນວ່າໂຕເອງພໍໃຈກໍໂອເຄແລ້ວ.
  • ໝັ້ນໃຈວ່າທຸກຢ່າງ service ປອດໄວລັດແລ້ວກ່ອນຈະນຳຂຶ້ນ production ລວມໄປເຖິງ lib ຂອງພວກ vendor ກັບ dependencies ອື່ນໆ ອີກດ້ວຍ.
  • ດໍາເນີນການທົດສອບຄວາມປອດໄພຢ່າງຕໍ່ເນື່ອງ (ການວິເຄາະແບບຄົງທີ່ ແລະແບບເຄື່ອນໄຫວ) ໃນລະຫັດຂອງທ່ານ.
  • ກວດເບິ່ງຄວາມເພິ່ງພາອາໄສຂອງທ່ານ (ທັງຊອບແວ ແລະ OS) ສໍາລັບຊ່ອງໂຫວ່ທີ່ຮູ້ຈັກ.
  • ອອກແບບວິທີ rollback ໄວ້ກ່ອນຈະນຳຂຶ້ນໄປ ເພາະເວລາເກີດບັນຈະໄດ້ຍ້ອນກັບມາໃຊ້ version ເກົ່າໄປກ່ອນໄດ້ (ອາດເຈິໄດ້ຫຼາຍໃນຕອນພັດທະນາ feature ໃໝ່ໆ).

ການຕິດຕາມ

  • ໃຊ້ການເຂົ້າສູ່ລະບົບແບບສູນກາງສຳລັບທຸກ services ແລະ components.
  • ໃຊ້ agents ເພື່ອການຕິດຕາມ traffic ທັງໝົດ, ບັນຫາ, requests ແລະ reponses.
  • ໃຊ້ແຈ້ງເຕືອນສຳລັບ SMS, Slack, Email, Telegram, Kibana, Cloudwatch, ແລະ ອື່ນໆ.
  • ໝັ້ນໃຈວ່າທ່ານບໍ່ໄດ້ເຂົ້າເຖິງຂໍ້ມູນ sensitive ຕົວຢ່າງ ບັດເຄດິດ, ລະຫັດ, ລະຫັດບັດ ແລະ ອື່ນໆ.
  • ນຳໃຊ້ IDS ແລະ/ຫຼື ລະບະບົ IPS ເພື່ອຕິດຕາມ API requests ແລະ intances ຂອງທ່ານ.

ເບິ່ງສິ່ງນີ້ດ້ວຍ:

  • yosriady/api-development-tools - ຊຸດແຫຼ່ງຂໍ້ມູນທີ່ເປັນປະໂຫຍດໃນການສ້າງ API RESTful HTTP+JSON.

ມີສ່ວນຮ່ວມ

ບໍ່ຕ້ອງລັງເລທີຈະມີສ່ວນຮ່ວມໂດຍການ fork repository ນີ້, ປ່ຽນແປງບາງຢ່າງ ແລະ submit pull request. ສຳລັບຄຳຖາມເພີ່ມເຕີມແມ່ນສົ່ງມາທີອີເມວນີ້ team@shieldfy.io.